ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ.ເກົາຫຼີ, ຍີ່ປຸ່ນ ແລະ ອາເມຣິກາ ຊ້ອມຮົບຮ່ວມທາງທະເລ

     ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ວັນ​ທີ 11 ຕຸລາ ນີ້​ວ່າ: ກອງ ທັບ 3 ປະເທດ ສ ເກົາຫຼີ, ສ ອາ​ເມ​ຣິ​ກາ ແລະ ຍີ່ປຸ່ນ ໄດ້​ເລີ່ມ​ຊ້ອມ​ຮົບ​
ຮ່ວມກັນ​ຕ້ານ​ການ​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ (WMD) ຢູ່​ເຂດ​ທະເລ​ສາກົນ​ທາງ​ທິດຕາ ເວັນອອກ​ສ່ຽງ​ເໜືອ​ຂອງ​ໝູ່​ເກາະ ເຈ​ຈູ, ສ ເກົາຫຼີ.

     ນີ້​ແມ່ນ​ການ​ຊ້ອມ​ຮົບ 3 ຝ່າຍ​ຕ້ານ​ການ​ແຜ່​ຂະຫຍາຍ​ຂອງອາວຸດ​ລ້າງຜ່ານທາງ​ທະເລ​ຄັ້ງ​ທຳ​ອິດ​ນັບ​ແຕ່​   ປີ 2016 ແລະ ກໍ​ແມ່ນ​ການ
​ຊ້ອມ​ຮົບ​ຕ້ານ​ໂຈນ​ສະ​ລັດ ເທື່ອ​ທຳ​ອິດ​ນັບ​ແຕ່​ປີ 2017. ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຄັ້ງ​ນີ້​ປະກອບ​ມີ: ກຳປັ່ນ​ຂັບ​ໄລ່ ແລະ ກຳປັ່ນ​ໜູນ​ຊ່ວຍ​ດ້ານ​ພະ
ລາ​ທິ​ການ Cheonji-AOE -57 ຂອງ​ທະຫານ​ເຮືອ ສ ເກົາຫຼີ, ກຳປັ່ນ​ບັນທຸກ​ເຮືອບິນ ຂອງ​ທະຫານ​ເຮືອ ອາ​ເມ​ຣິ​ກາ ແລະ ກຳປັ່ນ​ຂັບ​ໄລ່​ຂົນ
ສົ່ງ​ເຮືອ Hyuga ຂອງ​ກຳລັງ​ປ້ອງ​ກັນ​ຕົວ​ທາງ​ທະເລ​ຂອງ ຍີ່ປຸ່ນ.

     ຕາມ​ກອງທັບ ສ ເກົາຫຼີ ແລ້ວ, ການ​ຊ້ອມ​ຮົບ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ການ​ດັດ​ປັບ​ກຳລັງ​ຄວາມ​ສາມາດ​ນາບ​ຂູ່ ແລະ ຮັບ​ມື​ຂອງ ສ ເກົາຫຼີ, ອາ​
ເມ​ຣິ​ກາ ແລະ ຍີ່ປຸ່ນ ຕໍ່​ໜ້າການ​ເພີ່ມ​ທະວີ​ການ​ນາບ​ຂູ່​ດ້ານ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ຂອງຝ່າຍກົງກັນຂ້າມ, ພ້ອມ​ທັງ​ເພີ່ມ​ທະວີ​ຄວາມ​ສາມາດ​
ສູ້​ຮົບ​ບົນ​ທະເລ ເພື່ອ​ຮັບ​ມື​ກັບ​ບັນດາ​ໄພ​ນາບ​ຂູ່​ດ້ານ​ຄວາມ​ໝັ້ນຄົງ​ທາງ​ທະເລ ແລະ ສ້າງ​ບັນດາ​ຫຼັກການ​ອີງໃສ່​ກົດໝາຍ​ສາກົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/10/2023